ມອບ-ຮັບໜ້າທີ່ ຫົວໜ້າຫ້ອງການການເງີນເມືອງວັງວຽງ
1 min read
ໃນວັນທີ 7 ມັງກອນ 2022 ນີ້, ຢູ່ທີ່ ຫ້ອງປະຊຸມຂອງຫ້ອງການໆເງີນເມືອວັງວຽງໄດ້ມີພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ສາຍສະໝອນ ຈັນທະວົງ ຫົວໜ້າຫ້ອງການເງີນ ຜູ້ເກົ່າຮັບອຸດໜູນບຳນານ ແລະ ທ່ານ ບຸນລ່ຽມ ເລຶອງມະນີ ຫົວໜ້າຫ້ອງການໆເງີນເມືອງວັງວຽງຜູ້ໃຫມ່.
ໂດຍເປັນກຽດເຂົ້າຂອງທ່ານ ຄຳເຫຼັກ ທອງສະຫວັນ ຫົວໜ້າພະແນກການເງີນແຂວງວຽງຈັນ,ມີທ່ານ ບຸນຈັນ ມາລາວົງ ເຈົ້າເມືອງໆວັງວຽງ ມີບັນດາຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຮອງຫົວໜ້າຫ້ອງການອ້ອມຂ້າງ ແລະ ພະນັກງານຫ້ອງການໆເງີນເມືອງເຂົ້າຮ່ວມ.
ການມອບ-ຮັບໜ້າທີ່ຄັ້ງນີ້ ແມ່ນປະຕິບັດຕາມມະຕິຕົກລົງຂອງລັດຖະມົນມົນຕີກະຊວງການເງີນ ສະບັບເລກທີ 5605/ກງ ,ລົງວັນທີ 9 ພະຈິກ ວ່າດ້ວຍການອານຸມັດໃຫ້ພະນັກງານລັດຖະກອນພັກຮັບອຸດນູນບຳນາແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງໆວັງວຽງ ສະບັບເລກທີ 003/ຈມວວ,ລົງວັນທີ 6 ມັງກອນ2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນລ່ຽມ ເລຶອງມະນີ ເປັນຫົວໜ້າຫ້ອງການໆເງີນເມືອງວັງວຽງຜູ້ໃຫມ່.
ໃນພິິິທີ, ທ່ານ ສາຍສະໝອນ ຈັນທະວົງ ໄດ້ຜ່ານບົດບັນທຶກມອບຮັບໜ້າທີວຽກງານຂອງຫ້ອງການ-ການເງີນໃນໄລຍະທີ່ຜ່ານມາ ແລະ ກ່າວມອບໜ້າທີ່ໃຫ້ຜູ້ໃໝ່ ຈາກນັ້ນ ທ່ານ ບຸນລ່ຽມ ເລຶອງມະນີ ຫົວໜ້າຫ້ອງການໆເງີນເມືອງວັງວຽງຜູ້ໃຫມ່ກໍໄດ້ຂຶ້ນຮັບໜ້າທີ່ແລະເຊັນບົດບັນທຶກມອບ-ຮັບໜ້າທີ່.
ໂອກາດນີ້ ທ່ານ ຄຳເຫຼັກ ທອງສະຫວັນ ຫົວໜ້າພະແນກການເງີນແຂວງວຽງຈັນ ໄດ້ສະແດງຄວາມຊົມເຊີຍ ຕໍ່ການມອບ-ຮັບໜ້າທີ່ໃນຄັ້ງນີ້.
ພ້ອມທັງໄດ້ຢ້ຳໃຫ້ທ່ານບຸນລ່ຽມ ເລຶອງມະນີ ຫົວໜ້າຫ້ອງການໆເງີນເມືອງວັງວຽງຜູ້ໃຫມ່ໃຫ້ທຸ້ມເທສະຕິປັນຍາ ຊີ້ນຳ-ນຳພາ ວຽກງານຮອບດ້ານ ເຮັດໃຫ້ເມືອງວັງວຽງ ກ້າວໜ້າຢ່າງບໍ່ຢຸດຢັ້ງ ສືບຕໍ່ເປັນເສນາທິການທີ່ດີໃຫ້ ແກ່ການນຳຂອງເມືອງ, ນຳເອົາບົດຮຽນຈາກຜູ້ເກົ່າໄປຜັນຂະຫຍາຍໃຫ້ມີຜົນສຳເລັດ ເຮັດໃຫ້ຫ້ອງການ-ການເງີນເມືອງວັງວຽງ ມີການກ້າວໄປໃນທຸກດ້ານ.
ຂ່າວ:ໝອນແກ້ວ