ແຂວງວຽງຈັນຈັດກອງປະຊຸມຮັບຮອງຮ່າງແຜນຈັດສັນທີ່ດີນ,ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແລະຮອບດ້ານ.
1 min read
ແຂວງວຽງຈັນຈັດກອງປະຊຸມຮັບຮອງຮ່າງແຜນຈັດສັນທີ່ດີນ,ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແລະຮອບດ້ານ.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ 2022 ນີ້ຢູ່ທີ່ຫ້ອງວ່າການແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ດາວເຮືອງ ນັນທະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆວຽງຈັນ,ເຂົ້າຮ່ວມມີ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມມີບັນດາທ່ານຕາງຫນ້າຈາກກົມທີ່ດິນ,ບັນດາທ່ານເຈົ້າເມືອງ 11 ເມືອງທົ່ວແຂວງ,ບັນດາຫົວຫນ້າ,ຮອງຫົວຫນ້າ ພະແນກການ,ອົງການ,ບັນດາພະນັກງານຫລັກແຫລ່ງທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດາວເຮືອງ ນັນທະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆວຽງຈັນ ໄດ້ກ່າວໃນກອງປະຊຸມຄັ້ງນີ້ວ່າ: ກ່ຽວກັບແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມແບບຮອບດ້ານຂອງແຂວງ ວຽງຈັນເນື້ອໃນຕົ້ນຕໍຂອງແຜນຈັດສັນທີ່ດິນ, ຄູ້ມຄອງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແບບຮອບດ້ານກໍເພື່ອຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 098/ສພຊ, ລົງວັນທີ 28 ມິຖຸນາ 2018 ວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ເຂົ້າສູ່ພາກປະຕິບັດຕົວຈິງ.
ເພື່ອສ້າງແຜນຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມ ໃນທົ່ວແຂວງໃຫ້ເຂົ້າສູ່ລະບົບ ແລະ ລະບຽບຫຼັກການແນໃສ່ປົກປັກຮັກສາເຂດພື້ນທີ່ດິນປ່າໄມ້ໃຫ້ມີຄວາມອຸດົມສົມບູນຂອງຊີວະນາໆພັນ, ຮັກສາສິ່ງແວດລ້ອມທຳມະຊາດ ແລະ ແຫຼ່ງນໍ້າ ເພື່ອຕອບສະໜອງນໍ້າໃຫ້ແກ່ການຜະລິດພະລັງງານໄຟຟ້າ; ສົ່ງເສີມການທ່ອງ ທ່ຽວທຳມະຊາດ; ຕອບສະໜອງດິນ ແລະ ນໍ້າ ໃຫ້ແກ່ການດຳລົງຊີວິດ ແລະ ຜະລິດສະບຽງອາຫານຂອງປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມຍືນຍົງຕະຫຼອດໄປ;ເພື່ອກໍານົດທິດທາງ ແລະ ເປົ້າໝາຍລວມຂອງການຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມຢ່າງເປັນລະບົບ ແລະ ເປັນບ່ອນອິງໃນການພັດທະນາເສດຖະກິດ-ສັງຄົມ.
ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ພາຍໃນແຂວງໃຫ້ເໝາະສົມກັບເງື່ອນໄຂຕົວຈິງ ແລະ ທ່າແຮງຂອງທ້ອງຖິ່ນ ເຮັດໃຫ້ທີ່ດິນ ແລະ ສິ່ງແວດລ້ອມໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາຢ່າງມີປະສິດທິຜົນສາມາດນຳຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ເຮັດໃຫ້ມີລະບົບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນຳໃຊ້ທີ່ດິນ, ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມຢ່າງເປັນເອກະພາບ ໃນຂອບເຂດທົ່ວແຂວງ.
ມີລະບຽບການ ແລະ ມາດຕະການໃນການຕິດຕາມກວດການ ແລະ ປະເມີນຜົນການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ;ສ້າງເປັນແຜນທີ່ກໍານົດເຂດ, ປະເພດທີ່ດິນ ແລະ ແຜນຄຸ້ມຄອງສິ່ງແວດລ້ອມ ພາຍໃນແຂວງ ຕາມຫຼັກການ ແລະ ລະບຽບກົດໝາຍ ແລະ ມີຄວາມເປັນເອກະພາບກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງ ຖິ່ນໂດຍອີງໃສ່ຈຸດພິເສດ ແລະ ທ່າແຮງ ແລະ ເງື່ອນໄຂຕົວຈິງ;ເສີມຂະຫຍາຍຄວາມເປັນເຈົ້າການຂອງປະຊາຊົນບັນດາເຜົ່າ ໃນການຄຸ້ມຄອງ, ປົກປັກຮັກສາ, ນຳໃຊ້ທີ່ດິນ ແລະ ສິ່ງແວດລ້ອມ ເຂົ້າໃນການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ – ສັງ ຄົມ ໃຫ້ດີຂື້ນເປັນກ້າວໆ;
ເຮັດໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຮັບຮູ້ໄດ້ຂອບເຂດໃນການຄຸ້ມຄອງ, ປັກປັກຮັກສາ, ພັດທະນາ, ນໍາໃຊ້ທີ່ດິນ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງຖືກຕ້ອງຕາມເປົ້າໝາຍ ແລະ ລະບຽບກົດໝາຍ.ຫຼັກການ
ສອດຄ່ອງກັບມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030.
ຂ່າວ: ຄຳຂຽນ